2/9/13

ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂທລະພາບລັດຖະບານ ສ ເກົາຫລີ


lao4
ທ່ານ ສົມ​ພັນ ​ແພງ​ຄໍາ​ມີ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ທ່ານ ສຈ. ດຣ. ກິມ ກວານ ຊາງ, ປະທານ​ຄະ ນະ​ບໍລິຫານ​ງານ​ສູນ​ກາງ​ໂທລະພາບ​ລັດຖະບານ ສ ​ເກົາຫລີ ພ້ອມ​ດ້ວຍ​ຄະນະ​ ໃນ​ວັນ​ທີ 6 ກຸມພາ 2013 ນີ້ ຢູ່​ທີ່​ສະພາ​ແຫ່ງ​ຊາດ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ມອບ​ລົດ​ຖ່າຍ​ທອດ​ສົດ​ໂທລະພາບ ​ແລະ

ທ່ານ ສົມ​ພັນ ​ແພງ​ຄຳ​ມີ,ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ແຫ່ງ ສປປ ລາວໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ສຈ. ດຣ. ກິມ ກວານຊາງ,ປະທານ​ຄະ ນະ​ບໍລິຫານ​ງານ​ສູນ​ກາງ​ໂທລະພາບ​ລັດຖະບານ ສ ​ເກົາຫລີພ້ອມ​ດ້ວຍ​ຄະນະ​ ໃນ​ວັນ​ທີ6ກຸມພາ2013ນີ້ ຢູ່​ທີ່​ສະພາ​ແຫ່ງ​ຊາດໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ມອບ​ລົດ​ຖ່າຍ​ທອດ​ສົດ​ໂທລະພາບ ​ແລະອຸປະກອ​ນ​ຮັບ​ໃຊ້​ຈຳນວນ​ໜຶ່ງ​ ໃຫ້​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ.

ອຸປະກອ​ນ​ຮັບ​ໃຊ້​ຈຳນວນ​ໜຶ່ງໃຫ້​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ.ໃນ​ໂອກາດ​ນີ້ ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ສົມ​ພັນ ​ແພງ​ຄຳ​ມີ ໄດ້​ສະ​ແດງ​ການ​ຕ້ອນຮັບ, ຊົມ​ເຊີຍ ພ້ອມ​ທັງ​ຕີ​ລາ​ຕາ​ສູງ ​ຕໍ່​ການ​ຊ່ວຍ​ເຫລືອ​ລົດ​ຖ່າຍ​ທອດ​ສົດ​ໂທລະພາບ ​ແລະ ອຸປະກອນ​ຮັບ​ໃຊ້ໃນ​ຄັ້ງນີ້ຂອງ ​ທ່ານສຈ ດຣ. ກິມ ກວານ ຊາງ ​ແລະ ຄະນະ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ ໃນການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ ລະ​ຫ່ວາງ ​​ສອງ​ປະ​ເທດ​ລາວ ​ແລະ ສ ​ເກົາຫລີ​​ ໂດຍ​ສະ​ເພາະ​ແມ່ນ​ ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ ຫ້ອງ​ວ່າການສະພາ​ແຫ່ງ​ຊາດລາວ ​ແລະ ​ໂທລະພາບ​ລັດຖະບານ​ ສ ​ເກົາຫລີ​ ພ້ອມ​ທັງ​ເປັນ​ການ​ສົ່ງ​ເສີມ ​ແລະ ຊຸກຍູ້​ວຽກ​ງານ​ໂຄສະນາຢູ່​ສະພາ​ແຫ່ງ​ຊາດ​ລາວ ໃຫ້​ມີ​ອຸປະກອນ​ທີ່​ທັນ​ສະ​ໄໝ​ ມີຄວາມສະດວກໃນການຮັບ​ໃຊ້​​ໃນ​ວຽກ​ງານ​ຂອງ​ຕົນ ພ້ອມ​ດຽວ​ ກັນນີ້ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​​ລັດຖະບານ​ ສ ​ເກົາຫລີ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ສປປ ລາວ​ ໃນ​ໄລຍະ​ຜ່ານ​ມາ ຢູ່​ຫລາຍ​ຂົງ​ເຂດ ວຽກງານ.

ທ່ານ ສຈ. ດຣ. ກິມ ກວານ ຊາງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ​ທີ່​ໄດ້​ໃຫ້ການຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ພ້ອມ​ທັງ​ຢືນຢັນ ​ຈະ​ສືບຕໍ່​ໃຫ້ ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ວິຊາ​ການ ​ແລະ ທຶນຮອນ ​ເຂົ້າ​ໃນ​ການ​ສ້າງ​ພະນັກງານ​ວິຊາ​ການ ​ໂທລະພາບ​ຂອງ​ລາວ​ ກໍ​ຄື​ສະພາ​ແຫ່ງ​ຊາດ​ລາວ​ ຕື່ມ​ອີກ.
ທີ່ມາ www.na.gov.la


Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພງອອນໄລ
gossip

0 comments:

Post a Comment

◄ Newer Post Older Post ►